ເລື່ອງ:ສັດທາຮັກຂ້າມພົບ
ມີຄູ່ຮັກຢູ່ຄູ່1ຮັກກັນປຽບດັງນ້ຳຮັກປານາຮັກເຂົ້າບໍໍ່ມີມື້ຊິຂາດກັນທັງ2ເບິ່ງໃຈກັນມາກະເກືອບ5ປີແລ້ວ ຈຶງໄດ້ຕົກລົງປົງໃຈເລື່ອງການແຕ່ງງານຕາມຮີດຄອງປະເພນີ ພໍແຕ່ແຕ່ງງານແລ້ວທັງສອງກໍ່ໄດ້ຢູ່ກິນນຳກັນຢ່າງມີຄວາມສຸກດັງທີທັງສອງເຄີຍຝັນໄວ້ ແຕ່ຢູ່ມາບໍ່ດົນຜູ້ເປັນຜົວໄດ້ເລີ່ມເຈັບປວຍລົງເປັນເວລາພຽງບໍ່ທໍ່ໃດຜູ້ເປັນຜົວຮູ້ສຶກວ່າຕົນຕ້ອງຈາກໂລກນີ້ໄປກ່ອນເມຍແນ່ນອນແລ້ວ ດ້ວຍຄວາມເປັນຫ່ວງແລະອາໄລອາວອນຍ້ອນຄວາມຮັກຜູ້ເປັນຜົວຈຶງເອີ່ນເມຍເຂົ້າມາຫາພ້ອມບອກກັບເມຍວ່າ ” ເຈົ້າເອີຍ…ໃຫ້ສັນຍາກັບຂ້ອຍໄດ້ບໍ່ຖ້າຂ້ອຍຈາກໂລກນີ້ໄປແລ້ວເຈົ້າຈະບໍ່ແຕ່ງງານກັບໃຜອີກ ຂ້ອຍຄືຈະຢູ່ກັບເຈົ້າບໍ່ໄດ້ດົນແລ້ວໃຫ້ສັນຍາກັບຂ້ອຍໄດ້ບໍ່ ”ຜູ້ເປັນເມຍໄດ້ຍິນຈຶງຕອບຕົກລົງທຸກປະການທີຜົວໄດ້ສັງໄວ້ .
ຄືນນີ້ທັງສອງຢູ່ນຳກັນໝົດຄືນແລະສຸດທ້າຍຜູ້ເປັນຜົວກໍໝົດລົມຫາຍໃຈໃນອ້ອມກອດຂອງຜູ້ເປັນເມຍ
ເມຍທຸກໂສກຫຼາຍກິນບໍ່ໄດ້ນອນໍ່ຫຼັບຈົນເຮັດໃຫ້ນາງຕ້ອງເຈັບໄຂ້ໄດ້ປ່ວຍຜູ້ເປັນແມ່ເຫັນແນວນັ້ນຈຶງຄິດຢາກເຮັດໃຫ້ລູກຂອງຕົນໝົດທຸກໝົດໂສກຈຶງສັນຫາຄົນທີຈະມາເບິ່ງແຍ່ງລູກຂອງຕົນໃຫ້ມີຊີວິດຊີວາຄືດັງເກົ່າແຕ່ນາງກໍ່ບໍ່ຍ້ອມຕົກລົງກັບຊາຍຄົນໄດ້ເລີຍ
ຈົນມາຮອດມື້1ນາງບໍ່ສະບາຍຢ່າງໜັກຈົນຕ້ອງໄປຫາໝໍ ແລະໝໍບອກວ່ານາງຕ້ອງໄດ້ປິນປົວເປັນເວລາ3ປີຈຶງຈະຫາຍດີ
ນັບຈາກມື້ນັ້ນແມ່ຂອງນາງຈຶງໄດ້ໃຫ້ໝໍມາປິນປົວລູກຂອງຕົນທຸກມື້ໆ ຈົນໝໍກັບຄອບຄົວຂອງລາວເລີ່ມສະນິດກັນຈົນກາຍເປັນຄົນສະນິດທີຄອບຄົວໄວ້ໃຈແລະນາງກໍເລີ່ມມີອາການດີຂື້ນເກືອບປົກກະຕິ ຜູ້ເປັນແມ່ເລັງເຫັນວ່າໝໍຜູ້ນີ້ດີພໍທີຈະເປັນຜູ້ເບິ່ງແຍ່ງລູກສາວຂອງຕົນໃນຖານະຜົວໄດ້ເພາະແມ່ຂອງນາງເບິງອອກວ່າໝໍຜູ້ນີ້ມີໃຈໃຫ້ກັບລູກສາວຂອງຕົນແນ່ນອນ ຜູ້ເປັນແມ່ຈຶງເອີ່ນລູກມາຖາມວ່າ “ລູກພ້ອມທີ່ຈະເລີ່ມຕົນຊີວິດຄູ່ໃໝ່ແລ້ວບໍ່”ແລະບອກກັບລູກສາວວ່າໝໍຜູ້ນີ້ມີໃຈໃຫ້ລູກ.
ແຕ່ຜູ້ເປັນລູກໄດ້ຍິນກໍໍ່ປະຕິເສດທັນທີເພາະໃຈນາງບໍ່ມີວັນລືມຜົວເກົ່າໄດ້ເລີຍ
ຫຼາຍວັນຜ່ານໄປອີກບໍໍ່ດົນກໍຈະຄົບ3ປີໃນການປິນປົວຜູ້ເປັນແມ່ສຳພັດມາຫຼົມປວຍລົງແລະກ່ອນຕາຍລາວໄດ້ບອກກັບລູກວ່າ ” ລູກເອີຍກ່ອນຕາຍແມ່ຢາກເຫັນເຈົ້າເປັນຝັງເປັນຝາອີກເທື່ອ ຖ້າແມ່ຕາຍໄປຢ້ານເຈົ້າຈະເປັນທຸກອີກ ” ແລະຜູ້ທີ່ແມ່ໝາຍໄວ້ກໍ່ຄືໝໍຜູ້ທີ່ທຽວມາປິນປົວນາງທຸກວັນນັ້ນເອງ
ນາງເກັບໄປຄິດຢູ່ໃນໃຈຫຼາຍວັນວ່າ ແນວໃດຜົວຂອງຕົນກໍ່ຕາຍຈາກໂລກນີ້ໄປໄກແລ້ວນັ້ນບໍ່ມີວັຫວນກັບມາອີກແລ້ວຈຶງຕົກລົງຕາມທີ່ແມ່ຂໍໄວ້ເພື່ອຢາກໃຫ້ແມ່ຂອງຕົນບໍ່ເປັນທຸກຢູ່ຕໍ່ມາຜູ້ເປັນແມ່ກໍ່ໄດ້ຕາຍຈາກໄປແລະໝໍກັບນາງກໍໄດ້ຕົກລົງແຕ່ງງານກັນແຕ່ໃຈນາງບໍ່ມີວັນໃດທີຈະບໍ່ຮູ້ສຶກຜິດກັບຄຳສັນຍາຂອງຜົວເກົ່າໄດ້ເລີຍ. ບໍ່ພໍທໍ່ໃດປີນາງກໍ່ໃຫ້ກຳເນີດລູກສາວທີມີຮ່ວມກັບຜົວໃໝ່ແລະໄດ້ຕັງຊື່ວ່າ “ບຸນລອດ”ເພາະນາງຄິດວ່າມີບຸນຮ່ວມກັນຈຶງໄດ້ເກີດມາເປັນສາຍໄຍອັນດຽວກັນ.
ນັບແຕ່ມື້ຜົວເກົ່າຕາຍໄປກໍ່ເກືອບ6ປີແລ້ວເຖິງນາງຈະມີຜົວໃໝ່ແຕ່ນາງກໍ່ຢັງຄິດເຖິງຜົວເກົ່າຢູ່ສະເໝີແລະຜົວໃໝ່ຂອງນາງກໍ່ຮູ້ດີ.
ແລະເລື່ອງທີຜູ້ອ່ານບໍ່ຄາດຄິດກໍເລີ່ມຈະເກີດຂື້ນແລ້ວຜູ້ທ່ານຜູ້ອ່ານເອີຍ…..
ຫ່າງຈາກໝູ່ບ້ານທີຄອບຄົວຂອງສາມພໍໍ່ແມ່ລູກນີ້ຢູ່ປະມານ3ໝູ່ບ້ານ ມີຄົອບຄົວ1ໃນກຳເນີດລູກຊາຍພ້ອມໆກັນກັບບຸນລອດເກີດ ແລະຕັ້ງຊື່ວ່າ “ຈັນເພັງ” ຈັນເພັງຜູ້ນີ້ມີຮູບໂສມງາມພໍສົມຄວນ ແຕ່ອາຍຸໄດ້10ປີຈັນເພັງເລີ່ມລະນຶກຊາດໄດ້ວ່າຊາດແລ້ວຕົນເຄີຍເກີດເປັນຄົນແລະມີຄູ່ຄອງທີຮັກກັນຫຼາຍແຕ່ຕົນໄດ້ຕາຍຈາກເມຍໄປກ່ອນ.
ແຕ່ໃນຄະນະນັ້ນຈັນເພັງອາຍຸພຽງ10ປີຈຶງບໍ່ຄ່ອຍໃສ່ໃຈກັບເລື່ອງນີ້ຫຼາຍເທົ່າໃດ.
ຫຼາຍປີຜ່ານໄປບຸນລອດແລະຈັນເພັງເລີມໃຫ່ຍກ້າໜ້າບານເປັນໜຸ້ມສາວ
ຈັນເພັງກໍ່ເລາະລົມສາວຕາມໝູ້ບ່ານນັ້ນໝູ່ບ້ານນີ້ຕາມພາສາຂອງໄວ້ໜຸ້ມຈົນກະທັງມາພົບກັບລູກສາວຂອງເມຍເກົ່າແຕ່ຊາດປາງກ່ອນ(ບຸນລອດ)
ທັງສອງກໍ່ໂອລົມກັນແບບບ່າວສາວແລະຕິດພັນກັນຈົນສະໜິດສະໜົມກັນແລະຕົກລົງປົງໃຈກັນເລື່ອງສູ່ຂໍຕາມຮີດຄອງປະເພນີ ແຕ່ກ່ອນຮອດມື້ສູ່ຂໍຈັນເພັງໃຈຮູ້ສຶກບໍ່ຢູ່ກັບເນືອກັບຕົວລາວໝັ້ນໃຈວ່າຕົນເອງລະນຶກຊາດໄດ້ວ່າຕົນຢັງໃຫ້ສັນຍາກັບເມຍເກົ່າໄວ້ຢູ່ວ່າຈະບໍ່ແຕ່ງງານໃໝ່ ຈຶງໄດ້ຂໍເລືອນພິທີສູ່ຂໍອອກໄປເພື່ອທີຈະຕາມຫາວ່າຊາດທີແລ້ວເມຍຜູ້ທີ່ຕົນຮັກແຕ່ຊາດປາງກ່ອນຢັງມີຊີວິດຢູ່ບໍ່
ຈັນເພັງເລີ່ມອອກຕາມຫາໄປຕາມທາງທີຊາດແລ້ວທີລາວຄິດວ່າຕົນເອງເຄີຍໄປແລະມັນກໍ່ຖືກຕາມທີລາວຄິດໄວ້ບໍ່ມີຜິດລາວຈືທາງໄດ້ເກືອບທຸກບ່ອນ
ພໍຮອດໜ້າເຮືອນຂອງເມຍເກົ່າແຕ່ຊາດປາງກ່ອນລາວເຫັນຍິງຄົນ1ກຳລັງນັ່ງດັງໄຟຢູ່(ເມຍແຕ່ຊາດປາງກ່ອນ) ລາວຈຶງເຂົ້າໄປຖາມຫາຄົນທີຊື່ຈັນສີຜູ້ເປັນເມຍເກົ່າຂອງຕົນແຕ່ຊາດປາງກ່ອນວ່າ “ປ້ານີ້ແມ່ເຮືອນຂອງຄົນທີຊືຈັນສີບໍ່? ”
ຍິງຄົນນັ້ນຈຶງຕອບວ່າແມ່ນ
ຈັນເພັງຖາມຕໍ່ວ່າ : ລາວຢັງຢູ່
ຍິງຄົນນັ້ນຕອບໄປວ່າ : ປ້ານີ້ລະຊື່ຈັນສີ
ຈັນເພັງຊຶງແລະລຳເບິ່ງໜ້າຂອງນິງຄົນນັ້ນຢ່າງລະອຽດແລະຄິດວ່າແມ່ນເມຍຂອງຕົນແຕ່ຊາດປາງກ່ອນແນ່ນອນ
ລາວລ່ຽວໄປເຫັນຮູບຊາຍຄົນ1ຢູ່ຝາເຮືອນໃກ້ກັບຮ້ານພະລາວຍິງໝັ້ນໃຈວ່າເປັນຮູບຂອງຕົນແຕ່ຊາດປາງກ່ອນລາວຈຶງທຳທ່າຖາມໄປອີກວ່າ
“ຮູບທີຕິດຢູ່ຝານັ້ນແມ່ນຮູບໃຜ ”
ຍິງຄົນນັ້ນຕອບວ່າ “ຮູບຜົວເກົ່າຂອງປ່າທີຕາຍໄປໄດ້ເກືອບ 25ປີແລ້ວ” ຈັນເພັງຍິງໝັ້ນໃຈວ່ານີ້ແມ່ນເຮືອນຂອງຕົນທີຕົນເຄີຍມາຕາຍຢູ່ທີ່ນີ້ແລະນີ້ແມ່ນເມຍຂອງຕົນຢ່າງແນ່ນອນ
ລາວຈຶງຕັດສິນໃຈເລົ່າໃຫ້ຍິງຄົນນັ້ນຟັງທຸກຢ່າງແລະເລົ່ເລື່ອງແຕ່ຊາດປາງກ່ອນວ່າຕົນກັບຍິ່ງຄົນນີ້ເຄີຍເປັນຜົວເມຍກັນມາກ່ອນ.
ແຕ່ເລົ່າທໍໃດຍິງຄົນນັ້ນ
ກໍໍ່ບໍ່ເຊື່ອວ່າມັນຈະເປັນໄປໄດ້ຢ່າງແນ່ນອນ ສຸດທ້າຍຈັນເພັງໄດ້ເວົ້າກັບຍິງຄົນນັ້ນວ່າ”ຂ້ອຍກັບເຈົ້າເຄີຍສຫນຍາກັນໄວ້ວ່າຈະບໍ່ແຕ່ງານເປັນອື່ນອີກບໍ່ວ່າຊາດນີ້ຫຼືຊາດໃດຂໍໃຫ້ເຮົາເປັນຄູ່ກັນຕະຫຼອດໄປເຈົ້າຈື່ໄດ້ບໍ່”
ຍິງຄໄນນັ້ນໄດ້ຍິນເຮັດໃຫ້ນາງນ້ຳຕາໄຫຼລົງອບແກ້ມທັນທີເພາະຄຳເວົເາຄຳນີ້ມີພຽງນາງອລະຜົວເກົ່າທີຕາຍຈາກໄປນັ້ນຮູ້ພຽງສອງຄົນ
ໃນຄະນະທີທັງສອງກຳລັງລົມກັນຢູ່ນັ້ນຈັນເພັງລ່ຽວໄປເຫັນຮູບຢູ່ຂ້າງຝາອີກໃບ ແຕ່ມັນເປັນຮູບຖ່າຍ3ຄົນແລະ1ໃນນັ້ນລາວເຫັນເປັນຮູບຂອງບຸນລອດຢູ່ໃນນັ້ນລາວຈຶງຫັນກັບໄປຖາມຈັນສີ( ເມຍເກົ່າແຕ່ຊາດປາງກ່ອນ)”ວ່ານີ້ແມ່ນຮູບໃຜ”
ຈັນສີທັງໄຫ້ທັງຕອບວ່າ ນີ້ແມ່ນລູກສາວຂອງຕົນທີ່ມີກັບຜົວໃໝ່
ມັນເຮັດໃຫ້ຈັນເພັງຫຼົມລົງກັບພື້ນພ້ອມກັບນ້ຳຕາ ຍ້ອນຄວາມຮັກຄວາມຜູ້ພັນທີຈັນເພັງຢັງມີຕໍ່ເມຍແຕ່ຊາດປາງກ່ອນ.
ລາວຖາມກັບຄືນໄປວ່າ ” ເຈົ້າລືມສັນຍາແລ້ວບໍ່ ເປັນຫຍັງ ເປັນຫຍັງ ເປັນຫັຍງ ” ຈັນເພັງເວົ້າທັງສະອືນນ້ຳຕາ
ກ່ອນອອກຈາກເຮືອນໄປຈັນເພັງໄດ້ບອກກັບເມຍເກົ່າແຕ່ຊາດປາງກ່ອນວ່າ ” ເກີດຊາດນີ້ຊາດໜ້າຫຼືຊາດໃດຖ້າຂ້ອຍບໍ່ໄດ້ເຈົ້າເປັນເມຍຂ້ອຍຈະບໍ່ເອົາໃຜອີກແລະຊາດນີ້ຂ້ອຍຂໍຕາຍອີກຊຳສອງເພື່ອຊາດໜ້າມີຈິງຂ້ອຍຈະບໍ່ທໍລະມານແລະຜິດຫວັງແບບນີ້ ພົບກັນຊາດໜ້າເດີເຈົ້າເອີຍ” ຈັນເພັງທັງເວົ້າທັງໄຫ້ ແລະຍ່າງອອກເຮືອນໄປ
ຈັນເພັງໄດ້ຜູກຄໍຕາຍໄຕ້ຕົ້ນໄມ້ໃຫ່ຍແຫ່ງ1 ຈຶງຊ່າລືມາຮອດຫູຂອງບຸນລອດຜູ້ເປັນລູກສາວຂອງຈັນສີວ່າຊູຂອງຕົນໄດ້ຜູກຂໍຕາຍແລ້ວ
ອັນເຮັດໃຫ້ບຸນລອດຕ້ອງເສົ້າໃຈເປັນຢ່າງຫຼາຍ ແລະຈັນສີມາຮູ້ຂ່າວພາຍວ່າຈັນເພັງ(ຜົວເກົ່າແຕ່ຊາດປາງກ່ອນ)ເປັນຊູຮັກກັບລູກສາວຂອງຕົນຈຶງໄດ້ຕັດສິນໃຈເລົ່າສາເຫດທີຈັນເພັງຜູກຄໍຕາຍໃຫ້ກັບລູກສາວຟັງ ພໍຮູ້ແນວນັ້ນບຸນລອດຄິດໃນໃຈຢູ່ຢ່າງ1(ແຕ່ບໍ່ມີໃຜຮູ້ວ່າບຸນລອດຄິດຫັຍງຢູ່ຜູ້ຂຽນກະບໍ່ຮູ້ໃຫ້ເປັນປິດສະໜາເດີ )ບຸນລອດຄິດໃນໃຈຢູ່ຢ່າງ1ແລະຕັດສິນໃຈກັ້ນໃຈຕາຍຕາມຈັນເພັງໄປ…..ຈັນສີຍິ່ງຮູ້ສຶກຜິດແລະໂສກເສົ້າໃຈແລະຜິດຫວັງກັບຕົນເອງທີຕ້ອງເຮັດໃຫ້ສູນເສຍຮັກແທ້ແລະສັດທາຂອງຄົນຮັກໄປນາງຈຶງຕັດສິນໃຈຜູ້ຄໍຕາຍຕາມລູກສາວແລະຈັນເພັງຜົວເກົ່າປ ແລະ ໄດ້ໃຫ້ສັນຍາກ່ອນຕາຍວ່າ ” ຖ້າຊາດໜ້າມີຈິງ ຕົນເອງຂໍເກີດມາເປັນເມຍຂອງຈັນເພັງຜົວເກົ່າແຕ່ຊາດປາງກ່ອນອີກແລະຈະຂໍຮັກດຽວໃຈດຽວຕະຫຼອດໄປ
ຈົບ
ຄະຕິເຕືອນໃຈ :
ຜູ້ອ່ານເອີຍອັນສັດທາຂອງຄົນນັ້ນ
ມັນມີໄດ້ຫຼາຍເທືອແຕ່ຕ່າງເວລາ. ປະຕິຫານມັນມີຈິງ
ແຕ່ມັນຕ່າງທີ່ເກີດ
ມັນບໍ່ມີໃຜຮູ້
ວ່າປະຕິຫານຈະເກີດຊາດນີ້ຫຼືຊາດໃດ ດີແທ້ຢ່າເຮັດໃຫ້ຄົນໝົດສັດທາ ທ່ານເອີຍ
ໂດຍ: ກະວີເມືອງພວນ 17/06/2016