Loading...

ທູດ ສ.ເກົາຫຼີ ພ້ອມລະດົມນັກລົງທຶນ ພັດທະນາແຂວງຫຼວງນ້ຳທາ


ໂອກາດທີ່ທ່ານ ຊິນ ຊອງ ຊຸນ ເອກອັກຄະລັດຖະທູດ ສ.ເກົາ ຫຼີ ປະຈຳ ສປປ ລາວ ເຂົ້າຢ້ຽມ ຢຽມພົບປະທ່ານ ເພັດຖາວອນ ພິລາວັນ ເຈົ້າແຂວງໆຫຼວງນ້ຳທາ, ເມື່ອບໍ່ດົນມານີ້ ທີ່ແຂວງ ດັ່ງກ່າວ ໄດ້ກ່າວວ່າ: ການຢ້ຽມ ຢາມ ແລະ ມາເຮັດວຽກຢູ່ແຂວງ ຫຼວງນ້ຳທາໃນ ຄັ້ງນີ້ກໍ ເພື່ອສຶກ ສາເກັບກຳຂໍ້ມູນດ້ານວຽກງານ ສຶກສາ, ສາທາລະນະສຸກທ່າ ແຮງ ແລະ ເງື່ອນໄຂດ້ານ ການ ລົງທຶນ ໂດຍສະເພາະ ແມ່ນ ດ້ານການທ່ອງທ່ຽວ, ທ່ານເອກ ອັກຄະລັດຖະທູດຍັງໄດ້ກ່າວ ວ່າ: ຈະພະຍາຍາມລະດົມທຶນ, ອຸປະກອນ ແລະ ຊ່ຽວຊານໃຫ້ ການຊ່ວຍເຫຼືອແຂວງຫຼວງນ້ຳທາ.

ໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງນ້ຳທາ, ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ ກໍໄດ້ນຳເອົາຄອມ ພິວເຕີ 10 ຊຸດ ແລະ ປຼິນເຕີ 5 ຊຸດ ມອບໃຫ້ ແກ່ແຂວງຫຼວງນ້ຳທາຕື່ມອີກ
Powered by Blogger.