Loading...

ຜູ້ນຳເກົາຫລີເຫນືອເຍືອນຈີນ ເປັນຄັ້ງທີ 3ໃນປີນີ້

ສະຖານີໂທລະທັດແຫ່ງຊາດຂອງຈີນລາຍງານວ່າ: ທ່ານຄິມ ຈອງອຶນ ຜູ້ນຳສູງສຸດຂອງເກົາຫລີເຫນືອເຍືອນກຸງປັກກິ່ງ ລະຫວ່າງ ວັນທີ 19-20ມິຖຸນານີ້ ນັບເປັນການເຍືອນຈີນເປັນຄັ້ງທີ 3 ແລ້ວໃນປີນີ້
ສຳນັກຂ່າວຕ່າງປະເທດລາຍງານຈາກກຸງປັກກິ່ງ ປະເທດຈີນ ເມື່ອວັນທີ 19ມິຖຸນາວ່າ: ສະຖານີໂທລະທັດກາງແຫ່ງປະເທດຈີນ (ຊີຊີທີວີ) ລາຍງານເມື່ອວັນພະຫັດວ່າ: ທ່ານຄິມ ຈອງອຶນ ຜູ້ນຳສູງສຸດຂອງເກົາຫລີເຫນືອເຍືອນກຸງປັກກິ່ງເປັນເວລາ 2ມື້ ລະຫວ່າງວັນທີ 19-20ມິຖຸນານີ້ ຖືເປັນການເຍືອນຈີນຄັ້ງທີສາມ ຂອງຜູ້ນຳເກົາຫລີເຫນືອແລ້ວໃນປີນີ້ ໂດຍຄັ້ງທຳອິດເກີດຂຶ້ນເມື່ອ ເດືອນມີນາ ເປັນການເດີນທາງດ້ວຍຂະບວນລົດໄຟມາຍັງປັກກິ່ງ ພ້ອມທ່ານນາງຣີ ຊອລຈູ ພັນລະຍາ ແລະ ຄັ້ງທີສອງ ເກີດຂື້ນ ເມື່ອເດືອນພຶດສະພາທີ່ຜ່ານມາ ໂດຍທ່ານຄິມ ຈອງອຶນເດີນທາງດ້ວຍຍົນໄປຍັງເມືອງຕ້າຫລຽນ ທາງຕາເວັນອອກຂອງຈີນ
ທັງນີ້ ຊີຊີທີວີ ແລະ ນັກຂ່າວສຳນັກອື່ນຂອງຈີນຍັງບໍ່ເປີດເຜີຍລາຍລະອຽດຂອງພາລະກິດ ແຕ່ຫລາຍຝ່າຍເຊື່ອວ່າທ່ານຄິມ ຈອງອຶນ ຈະເຂົ້າພົບກັບປະທານາທິບໍດີສີ ຈິ້ນຜິງ ເພື່ອລາຍງານກ່ຽວກັບຜົນການຫາລືກັບປະທານາທິບໍດີໂດນັລ ທຣຳ ທີ່ສິງກະໂປ ເມື່ອວັນທີ 12ມິຖຸນາທີ່ຜ່ານມາ ສ່ວນສະຖານທີ່ພົບຫາລືລະຫວ່າງທ່ານສີ ແລະ ທ່ານຄິມ ຈອງອຶນ ຫນ້າຈະເປັນເຮືອນຮັບຮອງຕຽວຫຍູໄຖ່ ໃນເຂດໃຈກາງກຸງປັກກິ່ງ ຈາກການທີ່ມີການຍົກລະດັບມາດຕະການຮັກສາຄວາມປອດໄພເປັນຂັ້ນສູງສຸດແບບສັບພັນ ນອກຈາກນີ້ເຖິງແມ່ນວ່າຍັງບໍ່ມີການເປີດເຜີຍວ່າທ່ານຄິມ ຈອງອຶນ ເດີນທາງມາດ້ວຍລົດໄຟ ຫລື ຍົນ ແຕ່ຫົນທາງສານຫລັກເຂົ້າ ແລະ ອອກຈາກສະຫນາມບິນນານາຊາດປັກກິ່ງມີກຳລັງຕຳຫລວດເພີ່ມຂື້ນຍ່າງຫນາແຫນ້ນ
ຄວາມເຄື່ອນໄຫວດັ່ງກ່າວເກີດຂື້ນໃນວັນດຽວກັນກັບທີ່ກອງທັບເກົາຫລີໃຕ້ ແລະ ສະຫະລັດປະກາດລະງັບພາລະກິດຝືກຊ້ອມອຸລຈິ ຟີດ້ອມ ກາດຽນ ທີ່ຕາມກຳນົດຈະຕ້ອງມີຂື້ນໃນເດືອນສິງຫານີ້
Powered by Blogger.