Tag: ບົດຄວາມ
7 ຄວາມເຊື່ຶອບູຮານ ແປຝັນ ວ່າ ຈະມີລູກ
ຄວາມເຊື່ອຕັ້ງແຕ່ບູຮານ ຂອງສາສະຫນາພຸດ ກ່ຽວກັບຄວາມຝັນ ທີ່ຖືກຕີຄວາມຫມາຍ ກ່ຽວກັບສິ່ງທີ່ຈະເກີດຂື້ນໃນອະນາຄົດ ຊື່ງສິ່ງເຫລົ່ານີ້ ອາດຈະມີຖືກແດ່ ຜິດແດ່ ແຕ່ບໍ່ເຊື່ອ ກະບໍ່ລົບລູ່ ຄິດວ່າອ່ານເພື່ອຄວາມບັນເທິງກະແລ້ວນໍ (ໃຊ້ວິຈາລະນະຍານ ໃນການອ່ານ)ສຳລັບຄົນຢາກມີລູກ ຫລື ຢາກເປັນແມ່ຄົນ ຄວາມຝັນດັ່ງຕໍ່ໄປນີ້ ຕາມບູຮານກ່າວ ແມ່ນກຳລັງບົ່ງບອກວ່າ ຝັນເຈົ້າກຳລັງຈະເປັນຈິງ
ຄວາມເຊື່ອບູຮານ ກ່ຽວກັບລາງບອກເຫດ !
ເປັນເລື່ອງລາວທີ່ໜ້າສົນໃຈຫຼາຍທີ່ມີມາແຕ່ບູຮານ ເຊິ່ງເປັນຄວາມເຊື່ອກ່ຽວກັບລາງບອກເຫດ ແລະ ແອັດເຊື່ອວ່າທຸກມື້ນີ້ຫຼາຍໆຄົນກໍ່ຍັງຄົງມີເຊື່ອກ່ຽງກັບເລື່ອງແບບນີ້ ທັງລາງດີແລະລາງຮ້າຍ ລາງບອກເຫດທີ່ບອກວ່າທ່ານກຳລັງຈະໄດ້ຮັບໂຊກເລື່ອງເງິນໆທອງໆ.
ຄົນບູຮານີຄວາມເຊື່ອວ່າຖ້າຈີ່ຈ້ຽມຮ້ອງທັກ. ຫ້າມອອກຈາກເຮືອນເດັດຂາດ ໂດຍສະເພາະການເດີນທາງໄກອາດຈະບໍ່ປອດໄພ ຖ້າສຽງນັ້ນຢູ່ດ້ານຫຼັງຫຼືກົງກັບຫົວໃຫ້ເລື່ອນການເດີນທາງ ແຕ່ຖ້າສຽງຢູ່ດ້ານໜ້າຫຼືຊ້າຍໃຫ້ເດີນທາງໄດ້ຈະເຮັດໃຫ້ການເດີນທາງເປັນໄປຢ່າງປອດໄພສະດວກສະບາຍ.
ກັບແກ້ຮ້ອງຕອນສວາຍບູຮານເຊື່ອວ່າຈະມີເຫດຮ້າຍ. ເນື່ອງຈາກວ່າຄົນບູຮານເຊື່ອວ່າກັບແກ້ຄືວິນຍານຂອງປູ່ຍ່າຕາຢາຍທີ່ຕາຍໄປແລ້ວມາອາໄສຢູ່ນຳເພື່ອປົກປ້ອງຄູ້ມຄອງລູກຫຼານຈາກໄພອັນຕະລາຍ ແຕ່ຕາມປົກກະຕິແລ້ວກັບແກ້ທີ່ອາໄສຢູ່ເຮືອນມັກຈະຮ້ອງຕອນກາງຄືນ ດັງນັ້ນຖ້າຮ້ອງຕອນສວາຍຈະເປັນລາງບອກເຫດຮ້າຍ.
8ສິ່ງນີ້ບໍ່ຄວນເຮັດໃນຍາມກາງຄືນ ! ບໍ່ເຊື່ອຢ່າລົບຫຼູ່ !
ຄວາມເຊື່ອ ເປັນສິ່ງທີ່ຄົນສະໄໝກ່ອນຕັ້ງແຕ່ຮຸ່ນ ປູ່ ຍ່າ ຕາ ຍາຍ ນິຍົມເຮັດກັນຕໍ່ໆ ມາເພື່ອນສອນລູກສອນຫຼານໃຫ້ເຄົາລົບ ມີວິໄນ ເພາະຄົນສະໄໝກ່ອນເຊື່ອເລື່ອງສັກສິດທີ່ແນມບໍ່ເຫັນໄດ້ດ້ວຍຕາ ຍິ່ງຕອນກາງຄືນຈະເຄັ່ງຄັດມີຂໍ້ຫ້າມເປັນພິເສດ ຈະມີຫຍັງແດ່ນັ້ນໄປອ່ານພ້ອມໆກັນເຄາະຈານເຂົ້າເວລາອາຫານແລງ ຈະມີແຂກທີ່ແນມບໍ່ເຫັນມາຫາ: ກິນເຂົ້າຕອນແລງໆ
ຫ້າມເຄາະຈານຫຼືຖ້ວຍເຂົ້າ ເພາະຈະເປັນການເອີ້ນວິນຍານທີ່ພະເນຈອນ ບໍ່ມີບ່ອນຢູ່ ພວກນັ້ນເມື່ອໄດ້ຍິນສຽງເຮົາເຄາະຈານ ກໍ່ຈະພາກັນມາແຍ່ງເຮົາກິນອາຫານຄາວຫວານ...
5 ສາເຫດແຫ່ງການຢ່າຮ້າງ
ຫາກຄວາມຮັກຂອງເຈົ້າເລີ່ມຕົ້ນຢ່າງສວຍງາມ ແຕ່ງງານກັນຢ່າງມີຄວາມສຸກ ແຕ່ກັບກຳລັງຈະຈົບລົງ ດ້ວຍການຢ່າຮ້າງ
ການນອກໃຈ ເລື່ອງທຳອິດຄົງຈະໜີບໍ່ພົ້ນການນອກໃຈ ການທີ່ຄົນໃດຄົນນຶງປັນໃຈໃຫ້ຄົນອື່ນ ແນ່ນອນເມື່ອເປັນເຊັ່ນນັ້ນແປວ່າຄວາມຮັກ ຄວາມຊື່ສັດ ນ້ອຍລົງ ຫລື ແທບຈະບໍ່ເຫລືອ ເຮັດໃຫ້ຄວາມຮັກຕໍ່ໃຫ້ສ້າງກັນມາດົນຊ່ຳໃດຍ່ອມລົ່ມສະຫລາຍລົງໄດ້ ບໍ່ວ່າຈະມີເຫດຜົນຕໍ່ຈາກການນອກໃຈນັ້ນ ຫລື ບໍ່ກໍຕາມ
ແທ້ຫຼືບໍ່ ການແຕ່ງດອງຈະເຮັດໃຫ້ເຮົາ ລວຍຂຶ້ນ ?
ຈັບເອົາໜຶ່ງບົດຄວາມນີ້ ມາໃຫ້ຄິດກັນ ກ່ຽວກັບການແຕ່ງດອງແລ້ວເຮັດໃຫ້ເຮົາລວຍ ຮັ່ງມີຂຶ້ນ ຂໍ້ນີ້ແມ່ນແທ້ຫຼືບໍ່ ຫຼື ແນວໃດ ລອງອ່ານເບິ່ງວ່າແມ່ນແທ້ຫຼື ບໍ່ເຮົາລອງສັງເກດໝູ່ເພື່ອນລຸ້ນດຽວກັນ ທີ່ແຕ່ງດອງໄປກ່ອນແລ້ວ ວ່າຕອນນີ້ເຂົາເຫຼົ່ານັ້ນເປັນແນວໃດ ຕ່າງຈາກເມື່ອກ່ອນຫຼືບໍ່
ແຕ່ວາດສະນາ ໂຊກຊາຕາຄົນເຮົາມັນຕ່າງກັນ...