ຈົດໝາຍຈາກຍົມມະທູດຄົນມີບຸນຫຼາຍຈິ່ງອ່ານຈົບ

ມີຜູ້ຊາຍຄົນໜຶ່ງ ອາຍຸປະມານ 35 ປີ, ເສຍຊີວິດກະທັນຫັນ ຈາກອຸບັດຕິເຫດທາງລົດ.ລາວໄດ້ຖືກຄວບຄຸມລາກດຶງດວງວິນຍານໄປຈົນຮອດແດນນາຮົກ, ເພື່ອກວດກາຄິດໄລ່ ເບິ່ງບັນຊີບາບ-ບຸນ ລໍຖ້າຕັດສິນວ່າຈະໄດ້ໄປສະຫວັນ ຫຼື ລົງນາຮົກ ຕາມກຳດີ ກຳຊົ່ວທີ່ໄດ້ສ້າງໄວ້ຕອນຍັງມີຊີວິດ.​ ເມື່ອໄປຮອດແດນນາຮົກ…​ ລາວເຫັນດວງວິນຍານຈຳນວນນັບບໍ່ຖ້ວນ,ບໍ່ວ່າຈະແມ່ນຊົນຊາດ,ຊົນເຜົ່າໃດ, ຄົນປະເທດໃດກໍ່ມາຮວມຢູ່ຈຸດດຽວກັນໝົດ​

ມີທັງຜູ້ເຖົ້າຜູ້ແກ່,ໄວກາງຄົນ,​ໜຸ່ມສາວ ຈົນໄປຮອດຜູ້ທີ່ຍັງເປັນແອນ້ອຍກໍ່ມີ. ຜູ້ຈະຮ້ອງໄຫ້ໂຫຍຫວນຫາພໍ່ແມ່,ທັງປ່ວງບ້າ, ທັງຖືກລາກໄປກັບພື້ນ,ທັງອ້ອນວອນຮ້ອງຂໍຊີວິດ…ມັນເຮັດໃຫ້ລາວຢ້ານກົວເປັນທີ່ສຸດ..! ແຕ່ເມື່ອຖືກລາກມາຮອດປະຕູແດນນາຮົກ ພາບທີ່ເຫັນຢູ່ຕໍ່ໜ້າເຮັດໃຫ້ທຸກໆຄົນສັ່ນສະທ້ານ ແລະ ມິດງຽບບໍ່ກ້າເອີ່ຍປາກແມ້ແຕ່ຄຳດຽວ..! ຍ້ອນຜູ້ທີ່ຢູ່ຕໍ່ໜ້າເຂົາເຈົ້າທຸກຄົນ ກໍ່ຄື…​ຍົມມະທູດຜູ້ຄຸມນາຮົກທັງ 10 ຂຸມ​

ຜູ້ມີຮ່າງກາຍອັນສູງໃຫຍ່ ເກືອບຊ່ຳຕຶກ 10 ຊັ້ນ, ໃບໜ້າເປັນສີແດງ , ໃສ່ເຄື່ອງປະດັບກາຍເປັນຫົວກະໂຫຼກຂອງມະນຸດຜູ້ສ້າງບາບກຳມະຫັນ! ດວງວິນຍານທຸກດວງ ນັ່ງຄຸກເຂົ່າເປັນແຖວຍາວ ເພື່ອລໍຖ້າຟັງຄຳຕັດສິນຈາກຍົມມະທູດ.ເຖິງຈະນັ່ງຢູ່ໄກຊ່ຳໃດ ທຸກຄົນກໍ່ໄດ້ຍິນສຽງຂອງຍົມມະທູດກ້ອງກັງວານ ຢ່າງຊັດເຈນ!​ ໂດຍສະເພາະຕອນຕັດສິນໂທດແກ່ດວງວິນຍານຜູ້ສ້າງບາບກຳໜັກໃນໂລກມະນຸດ.. ຍົມມະທູດຈະແຜດຮ້ອງຈົນແສບແກ້ວຫູ ,

ທືບພື້ນນາຮົກຈົນສັ່ນສະເທືອນ, ຊີ້ໜ້າມະນຸດຜູ້ກະທຳຄວາມຜິດ ແລະ ສັ່ງໃຫ້ຜູ້ຄຸມນາຮົກ ລາກດວງວິນຍານດັ່ງກ່າວ ໄປລົງໂທດຕາມກຳທີ່ໄດ້ສ້າງໄວ້! ມີບາງຄົນຕົວະຕົ້ມຫຼອກລວງ,​ຂ້າສັດເປັນອາຊີບ,​ລັກລອບຄົບຊູ້ ຊູບ່າວ, ລັກມີເມຍນ້ອຍຫ້ອຍເມຍປາຍ,ບາງຄົນຕິດສຸລາຈົນຂາດສະຕິ, ບາງຄົນກິນຢາບ້າ ຄ້າຢາເສບຕິດ, ບາງຄົນລັກຊັບ ໂກງກິນເງິນຫຼວງ,​ໂລບກິນເງິນວັດ ເອົາຂອງເພິ່ນມາເປັນຂອງຕົນ…(ຜິດສິລ 5) ບໍ່ວ່າຈະສ້າງບາບກຳໃນຮູບແບບໃດ

ເຖິງແມ່ນວ່າໃນໂລກມະນຸດເຮົາຈະໜີຄວາມຜິດນັ້ນໄດ້ ແຕ່ບໍ່ອາດໜີພົ້ນກົດແຫ່ງກຳໄດ້ແມ້ແຕ່ຂໍ້ດຽວ..! ເມື່ອໃກ້ຈະຮອດຜຽນລາວ.. -ມີພໍ່ຕູ້ຄົນໜຶ່ງ ອາຍຸປະມານ 80 ປາຍປີ.. ເອີ່ຍປາກຖາມຍົມມະທູດວ່າ : “ ກ່ອນຈະຮັບເອົາດວງວິນຍານຂອງຂ້ານ້ອຍ…ທ່ານຄືບໍ່ບອກ ບໍ່ເຕືອນຂ້ານ້ອຍຈັກໜ້ອຍແດ່…ເພື່ອຈະໄດ້ມີເວລາສັ່ງລາລູກຫຼານ..”ຍົມມະທູດຈຶ້ງຕາເບິ່ງພໍ່ຕູ້ ແລ້ວຕອບວ່າ : “ ເຮົາເຕືອນເຈົ້າແລ້ວ! ” ພໍ່ຕູ້ຖາມ : “ ເຕືອນແນວໃດຂ້ານ້ອຍ? ”

ຍົມມະທູດ : “ ເຮົາສົ່ງຈົດໝາຍໄປເຕືອນ ! ສະບັບທີ່ 1. ຜົມເລີ່ມຫງອກ ສະບັບທີ່ 2 . ສຸຂະພາບເລີ່ມອ່ອນແອ ສະບັບທີ່ 3. ຜິວໜັງແຫ່ວຍານ ສະບັບທີ່ 4. ສາຍຕາເລີ່ມຟາງ ແນມໄກໆ ບໍ່ເຫັນ, ບາງຄັ້ງແນມໃກ້ໆບໍ່ເຫັນ ສະບັບທີ່ 5. ຫູເລີ່ມຟັງບໍ່ໄດ້ຍິນ ສະບັບທີ່ 6. ແຂ້ວຫຼົ່ນ ສະບັບທີ່ 7. ຂີ້ຫຼົງ ຂີ້ລືມ , ກິນແລ້ວກໍ່ວ່າບໍ່ໄດ້ກິນ ບາງຄັ້ງບໍ່ຈື່ຮອດລູກຫຼານຂອງຕົນ. ຊ່ຳນີ້..!! ເອີ້ນວ່າເຕືອນແລ້ວບໍ່!!?? ” ພໍ່ຕູ້ : “ໂດຍຂ້ານ້ອຍ.. ” ແລ້ວພໍ່ຕູ້ກໍ່ນັ່ງສະຫງົບ.. ລໍຖ້າຟັງຄຳຕັດສິນຈາກຍົມມະທູດ. ເມື່ອມາຮອດຜຽນຂອງຊາຍໜຸ່ມ ດ້ວຍຄວາມຂ້ອງຄາໃຈ , ລາວເລີຍຖາມຍົມມະທູດ ທັງນ້ຳຕາ ວ່າ :

“ ຂ້ານ້ອຍບໍ່ໄດ້ຮັບຈົດໝາຍເຕືອນຈາກທ່ານ ຈັກສະບັບ, ຜົມກໍ່ຍັງບໍ່ທັນຫງອກ, ຜິວໜັງກໍ່ຍັງບໍ່ທັນແຫ່ວຍານ, ສຸຂະພາບຂ້ານ້ອຍແຂງແຮງດີ ເປັນຫຍັງຄືມາຮັບເອົາຂ້ານ້ອຍກະທັນຫັນແບບນີ້? ຂ້ານ້ອຍຍັງບໍ່ທັນໄດ້ສັ່ງລາພໍ່ແມ່, ລູກ ເມຍ ເລີຍ.. ” ຍົມມະທູດເສືອກຕາເບິ່ງລາວບາດໜຶ່ງ ແລ້ວຕອບ : “ເຮົາສົ່ງໄປແຈ້ງເຕືອນເຈົ້າຫຼາຍສະບັບແລ້ວ!! ” ຜູ້ຊາຍຄົນນັ້ນຖາມ:“ເຕືອນແນວໃດຂ້ານ້ອຍ? ” ຍົມມະທູດຕອບ: “ ຈົດໝາຍສະບັບທີ່ 1.ພົບເຫັນອຸບັດຕິເຫດ, ມີຄົນຕາຍຢູ່ຕາມທາງ ສະບັບທີ່ 2. ໝູ່ສະໜິດຕາຍຈາກ ສະບັບທີ່ 3. ຂີ່ລົດຈັກດ້ວຍຄວາມໄວ ຈົນຕຳໃສ່ກຳແພງເຮັດໃຫ້ແຂນຫັກ

ສະບັບທີ່ 4.ພີ່ນ້ອງເສຍຊີວິດ ສະບັບທີ່ 5.ຜິດຖຽງກັບເມຍຂະນະທີ່ຂັບລົດໃຫຍ່ ເລັ່ງຄວາມໄວທັງຂາດສະຕິ ຕຳເອົາເສົາໄຟ ບາດເຈັບແລະເສຍຊັບ ສະບັບທີ່ 6.ຄົນຂ້າງເຮືອນເສຍຊີວິດ ທັງໝົດນີ້…ແມ່ນຈົດໝາຍເຕືອນຈາກເຮົາ! ເຮົາແຈ້ງບອກແລ້ວວ່າ ຄວາມຕາຍມັນຢູ່ໃກ້ໆໂຕເຈົ້າ!! ແຕ່ເຈົ້າເອງທີ່ບໍ່ເລັ່ງສ້າງຄວາມດີ, ມີແຕ່ຖິ້ມໄວ້ມື້ອື່ນຈຶ່ງເຮັດ ມື້ໜ້າຈຶ່ງລົງມື, ກິນເຫຼົ້າເມົາຢາ ປ່ອຍປະລະເລີຍພໍ່ແມ່ ບໍ່ເບິ່ງລູກເມຍ ເຫັນແກ່ຕົວບໍ່ຊ່ວຍເຫຼືອໃຜ ຄຶດແຕ່ວ່າອາຍຸຂອງຕົນຍັງຍືນຍາວ ຕອນນີ້ຍັງໜຸ່ມຍັງນ້ອຍ ຍັງມີເວລາວາງແຜນຊີວິດອີກດົນ, ຄຶດວ່າຕອນເຖົ້າແລ້ວຈຶ່ງໄປວັດໄປວາ ຈຶ່ງຊ່ວຍຄົນອື່ນ… ແກ່ແລ້ວຈຶ່ງຢາກສ້າງຄວາມດີ,

ໃກ້ຈະເປັນຜີຈຶ່ງຢາກຮັກສາສິນກິນທານ..ໂງ່ຈ້າທີ່ສຸດ!! ສຸດທ້າຍກໍ່ກິນເຫຼົ້າເມົາ ຂັບລົດລ່ວງໄຟແດງໄປຕຳເອົາຄົນອື່ນ ແລະ ຕົນເອງກໍ່ຕາຍຄາບ່ອນ!! ພໍ່ຕູ້ທີ່ມີເທບເທວະດາມາລໍຖ້າຮັບກັບຄືນແດນວິມານ ຜູ້ນັ້ນແຫຼະທີ່ເຈົ້າດັບຊີວິດຂອງລາວ!! ” ແລ້ວກໍ່ທືບຕີນລົງພື້ນສຽງດັງ ! ພ້ອມທັງແຜດສຽງເອີ້ນ : “ ເອົາມັນໄປລົງນາຮົກ!!! ” ນິທານທີ່ແມ່ເລົ່າສູ່ຟັງເລື້ອງນີ້ ມັນໄດ້ສອນໃຫ້ຂ້ອຍຮູ້ວ່າ:

ຄວາມຕາຍມັນຢູ່ໃກ້ໆຕົວເຮົານີ້ເອງ… ສິ່ງທີ່ພວກເຮົາຄວນເຮັດໃນຕອນນີ້ ຄືການສ້າງຄຸນງາມຄວາມດີ ຟ້າວສ້າງຟ້າວສາເມື່ອຍັງມີພາລະກຳລັງ,ຟ້າວຊ່ວຍເຫຼືອຄົນອື່ນເມື່ອຍາມແຂ່ງຂາຍັງແລ່ນໄຫວ, ຟ້າວຊ່ວຍຄຶດແກ້ໄຂໃຫ້ຄຳແນະນຳເມື່ອສະໝອງຍັງແຫຼມຄົມ,ສອນຄຸນະທຳແບ່ງປັນຄວາມຮູ້ ແລະ ເປັນຕົວຢ່າງທີ່ດີໃຫ້ລູກຫຼານໃນມື້ນີ້

ດີກວ່າສິ້ນລົມຫາຍໃຈແລ້ວຖິ້ມບັນຫາໄວ້ໃຫ້ຄ້າງຄາບໍ່ສະສາງ​ ທັງໂຄງການທີ່ບໍ່ທັນໄດ້ລົງມືເຮັດ. ຊີວິດຄົນເຮົາບໍ່ແນ່ນອນ.. ຢາກທຳບຸນ ສ້າງຄວາມດີເພື່ອຄົນອື່ນ​ ດ້ວຍຄວາມເຂົ້າໃຈ,ຢາກປ່ຽນແປງປັບປຸງຕົນເອງ ຄວນເລີ່ມຕັ້ງແຕ່ວິນາທີນີ້…!ດີກວ່າມາຮູ້ສຶກເສຍດາຍ​ໃນມື້ທີ່ມັນສວາຍເກີນໄປ! (​ຂອບໃຈເພຈຂ່າວຊາວພຸດ)

Facebook Comments