1. Vatican City.

ຫລາຍໆຄົນອາດຈະບໍ່ຮູ້ກໍ່ໄດ້ວ່າ: ນະຄອນລັດ ວາຕິກັນ ຖືວ່າເປັນປະເທດເດີ້. ໂດຍປະເທດນີ້ເປັນສູນກາງຂອງຜູ້ທີ່ຖືສາດສະໜາຄຣິສຕ໌ ເຊິ່ງຕັ້ງຢູ່ໃນໃຈກາງ ເມືອງ ໂຣມ ປະເທດອິຕາລີ ມີເນື້ອທີ່ທັງໝົດ 0.44 ຕາລາງກິໂລແມັດ (ໂຄດນ້ອຍ). ມີປະຊາກອນປະມານ 900 ຄົນ, ຍິງປະມານ 200 ຄົນ ແລະ ມີຄົນເຮັດວຽກໃຫ້ ນະຄອນລັດ ວາຕິກັນ 1300 ຄົນ ໃນນັ້ນແມ່ນ ບາດຫລວງ, ນັກບວດ ແລະ ເຈົ້າໜ້າທີ່ ທີ່ນັບຖືສາດສະໜາຄຣິສຕ໌.
2. Monaco.

ໂມນາໂກປົກຄອງດ້ວຍລະບອບລາຊາທິປະໄຕ ພາຍໃຕ້ລັດຖະທຳມະນູນມາຕັ້ງແຕ່ປີ ພ.ສ 2454 ມີເຈົ້າຊາຍເປັນປະມຸກລັດ ພະອົງປະຈຸບັນຄືເຈົ້າຊາຍ ອາລແບຣ໌ ທີ່ 2 ຫົວໜ້າລັດທະບານຂອງໂມນາໂກແມ່ນ ມິນິສຕຣ໌ເດຕາ (Ministre d’Etat) . ເຊິ່ງມີເນື້ອທີ່ທັງຫມົດ 1.95 ຕາລາງກິໂລແມັດ.
3. Nauru.

ປະເທດ ອູຣູ ເປັນປະເທດທີ່ຢູ່ເທິງເກາະ ຕັ້ງຢູ່ທິດຕາເວັນຕົກຂອງມະຫາສະໝຸດປາຊີຟິກ ມີເນື້ອທີ່ປະມານ 21.20 ຕາລາງກິໂລແມັດ ແລະ ຖືເປັນປະເທດທີ່ມີເອກະລາດເປັນຂອງຕົວເອງທີ່ນ້ອຍທີ່ສຸດ ແລະ ເປັນປະເທດເອກະລາດດຽວທີ່ບໍ່ມີເມືອງຫລວງຢ່າງເປັນທາງການ ມີປະຊາກອນປະມານ 20,000 ຄົນ.
4. Tuvalu.

ປະເທດຕູວາລູ ເປັນປະເທດທີ່ຕັ້ງຢູ່ເທິງເກາະ ໃນມະຫາສະໝຸດປາຊີຟິກທາງຕອນໃຕ້ ມີພື້ນທີ່ພຽງ 25.63 ຕາລາງກິໂລແມັດ. ລັກສະນະປະເທດຈະເປັນຫມູ່ເກາະທີ່ເກີດຂື້ນຈາກຫີນປະກາລັງ ແລະ ມີຄວາມສູງຈາກລະດັບນ້ຳທະເລພຽງ 5 ແມັດ ແລະ ອີກບໍ່ດົນໃນອານາຄົດປະເທດດັ່ງກ່າວຈະບໍ່ຢູ່ໃນຜ່ານທີ່ໂລກເພາະສາເຫດແມ່ນນ້ຳຈະຖ້ວມນັ້ນເອງ.
5. San Marino.

ປະເທດຊານມາຣິໂນຕັ້ງຢູ່ໃນເຂດປະເທດອິຕາລີ ເທິງພູເຂົາ ແອເພນໄນນ໌ໃກ້ຝັ່ງອາເດຼຍຕິກ ມີຂະໜາດພື້ນທີ່ 61.20ຕາລາງກິໂລແມັດ . ຖ້າຫາກທ່ານໄດ້ຮູ້ຈັກຊື່ເຕັມຂອງປະເທດນີ້ກໍ່ຮູ້ເລີຍວ່າປະເທດແຫ່ງນີ້ມີມົນສະເນ່ ຄວາມສວຍສົດງົດງາມຊື່ເຕັມໆແມ່ນ: Serenissima Repubblica di San Marino ທີ່ແປເປັນພາສາອັງກິດແມ່ນ: The Most Serene Republic of San Marino ນັ້ນເອງ.