ພະທາດສີໂຄດຕະບອງ ຫລື ສີໂຄດຕະບູນ ຕັ້ງຢູ່ເທສະບານເມືອງທ່າແຂກ (ປະຈຸບັນ) ເປັນພະທາດທີ່ສ້າງຂື້ນສະໄໝອານາຈັກສີໂຄດຕະບອງ ໃນສັດຕະວັດ VI ສະໄໝ ພຣະເຈົ້າສຸມິນທະຣາດເພື່ອສະເຫລີມສະຫລອງພຣະກຽດພຣະຍາສີໂຄດຕະບອງ ໂດຍສ້າງອຸບມົງ (ພຮະທາດສີໂຄດຕະບອງ)ກວມຮອຍພຮະບາດ (ຮອຍຕີນ) ຂອງພຮະພຸດທະເຈົ້າ ຄັ້ງຍັງມີພຮະງົບຫູ່
ພຮະອົງໄດ້ສະເດັດມາຈາກ ພູກໍາພ້າ ມາປະທັບ ຢູ່ທີ່ນີ້ກ່ອນສະເດັດໄປພັກຜ່ອນ ຢູ່ຕົ້ນຮັງ ແລະ ໄດ້ເອົາພຣະສາຮິຄະທາດ ຂອງພຣະຍາສີໂຄດຕະບອງ ບັນຈຸໄວ້ໃນອົງພຣະທາດ (ປະຫວັດສາດແຂວງຄໍາມ່ວນ2015ໜ້າ14);
ຜ່ານຂະບວນວິວັດແຫ່ງປົກຄອງຂອງບັນດາພຣະຍາຢູ່ບັນດານະຄອນຕ່າງໆ ທີ່ປະກົດໃນຕຳນານ ແລະ ການຄົ້ນພົບຂອງນັກບູຮານຄະດີຢູ່ ເຂດບ້ານໜອງເຮືອທອງ ແຄມຝັ່ງເຊບັ້ງໄຟພົບເຫັນຫລັກຖານ: ເສົາຫີນເປັນຮູບສີວະລິງຄະປະເພດ 8 ຫລ່ຽມຈໍານວນ 3 ເສົາ, ຫີນແກະສະຫລັກຮູບສາມຫລ່ຽມ, ຂ້າງໃນເປັນຮູບບູຊາໃນສາສະໜາພາມສະໄໝຕົ້ນສີໂຄດຕະບອງ, ຮ່ອງຮອຍກະຕຶບພົບເຫັນຫີນສາມຊະນິດຄື :
ຫີນຕັດ, ດິນຈີ່ ແລະ ຫີນເຂົ້າຈີ່ຢ່າງຫລວງຫລາຍ, ໝໍ້ໃສ່ກະດູກ ແລະ ເຄື່ອງໃຊ້ຄົນບູຮານຈໍານວນໜຶ່ງ,ໜອງເຮືອທອງທີ່ຄົນທ້ອງຖິ່ນເຊື່ອວ່າເປັນໜອງສັກສິດ, ສະນັ້ນນັກຄົ້ນຄ້ວາທັງຫລາຍຈື່ງສັນນິຖານວ່າ: ເປັນເຂດໃຈກາງຂອງອານາຈັກສີໂຄດຕະບອງທີ່ເປັນໜື່ງໃນ 9 ອານາຈັກຢູ່ສຸວັນນະພູມແຫ່ງນີ້ຄື:
- ອານາຈັກທະວາຣະວະດີ (ພວກມອນ)
- ອານາຈັກຫະຣິພູນໄຊ (ເຂດລຳພູມພວກມອນ)
- ອານາຈັກທະຕອນ (ພວກມອນ)
- ອານາຈັກໂຄດຕະບູນ (ລາວ-ເຈນລະບົກ)
- ອານາຈັກເຈນລະນ້ຳ (ຂອມ)
- ອານາຈັກຈາມປາ (ພວກຈາມ)
- ອານາຈັກດາຍຫວຽດ (ຫວຽດນາມ)
- ອານາຈັກປິວ ຫລື ປະຢູ (ມຽນມາ) ແລະ
- ອານາຈັກສີວິໄຊ (ຈັງຫວັດສະຕູນພາກໄຕ້ຂອງໄທ)