ເຈົ້າຄິດແບບ “ເຜິ້ງ” ຫຼື “ແມງວັນ”

ຖ້າເຈົ້າເອົາເຜິ້ງ 6 ໂຕໃສ່ໃນຕຸກ ແລະ ກໍ່ເອົາແມງວັນ 6 ໂຕໃສ່ອີກຕຸກໜຶ່ງ ຈາກນັ້ນຄ່ອຍໆເອົາຕຸກນອນລົງ ໂດຍການຫັນທາງກົ້ນຂອງຕຸກໄປທາງປ່ອງຢ້ຽມເຈົ້າຈະເຫັນວ່າເຜິ້ງກຳລັງພະຍາຍາມບິນຜ່ານທາງກົ້ນຕຸກ ຈົນກ່ວາມັນຕາຍຈາກການຂາດອາກາດ ຫຼື ອາຫານ ໃນຂະນະທີ່ແມງວັນຈະສາມາດທີ່ຈະບິນອອກຜ່ານອອກທາງປາກຕຸກທີ່ເຊິ່ງຫນ້າກັບປ່ອງຢ້ຽມ

Working bees on honeycomb

+ ເປັນຫຍັງຄືເປັນແນວນີ້ …ນັກວິທະຍາສາດເຊື່ອວ່າເຜິ້ງເປັນສັດທີ່ສະຫຼາດ. ມີຄວາມຮູ້ ມັນຮູ້ວ່າການບິນໄປໃນທິດທາງທີ່ມີແສງສະຫວ່າງຈະເປັນທາງອອກຈາກຮັງ, ຮູໄມ້ ແລະ ອື່ນໆ ແຕ່ເມື່ອມາຢູ່ໃນຕຸກເຊິ່ງເປັນສະຖານະການທີ່ເຜິ້ງບໍ່ເຄີຍປະສົບມາກ່ອນມັນຍັງເຊື່ອໃນແນວຄິດເກົ່າທີ່ຕ້ອງບິນອອກທາງທີ່ມີແສງສະຫວ່າງເທົ່ານັ້ນ ແຕ່ສຳລັບແມງວັນມັນແມ່ນສັດທີ່ບໍ່ມີແນວຄິດ ເພາະສະນັ້ນ, ເມື່ອຖືກຈັບໃນຕຸກ ດັ່ງນັ້ນມັນຈຶ່ງບິນຕຳຂອບຕຸກຈາກບ່ອນໜຶ່ງໄປອີກບ່ອນໜຶ່ງ ຈົນສຸດທ້າຍຈົນພົບທາງອອກ

            ການທົດລອງນີ້ສະແດງໃຫ້ເຫັນວ່າ

ຄົນສະຫຼາດຮູ້ຫຼາຍ ກໍສາມາດລົ້ມເຫລວເພາະຄວາມຮູ້ທີ່ຫຼາຍ ໃນຂະນະທີ່ຜູ້ທີ່ບໍ່ຮູ້, ພວກເຂົາອາດຈະປະສົບຜົນສຳເລັດໃນການທົດລອງເຮັດສິ່ງທີ່ແຕກຕ່າງໄປເລື້ອຍໆ ໄດ້ເຊັ່ນກັນ.

            ສິ່ງທີ່ໃກ້ຕົວທີ່ສຸດກັບຂ້ອຍແມ່ນການເຫັນຄູອາຈານບໍລິຫານທຸລະກິດຫຼາຍຄົນ.

 ປະສົບຄວາມລົ້ມເຫຼວໃນການເຮັດທຸລະກິດເຖິງວ່າຈະມີທິດສະດີທີ່ດີເລີດກໍ່ຕາມ ໃນຂະນະທີ່ຜູ້ປະສົບຜົນສໍາເລັດຫຼາຍຄົນບໍ່ຮູ້ໃນທິດສະດີຫຼາຍໆຢ່າງ.