ວຽງຈັນທາຍ ລາຍງານວ່າ ຈໍານວນອຸບັດເຫດຕາມທ້ອງຖະໜົນ ແລະ ຈໍານວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນໃນຂອບເຂດທົ່ວປະເທດ, ສະ ເພາະເດືອນມັງກອນ 2021 ຜ່ານມານີ້ມີຜູ້ເສຍຊີວິດ 106 ຄົນ, ລວມມູນຄ່າຄວາມເສຍຫາຍທັງໝົດ 11 ຕື້ກ່ວາກີບ, ສ່ວນສາເຫດແມ່ນຍ້ອນການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ຍັງເກີດຂຶ້ນຈໍານວນຫຼາຍ.
ອີງຕາມການລາຍງານສະພາບການເກີດອຸບັດເຫດທົ່ວປະເທດປະຈຳເດືອນມັງກອນ 2021 ຂອງກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ຊາບວ່າ: ສະພາບອຸບັດເຫດຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດຍັງໜ້າເປັນຫ່ວງ ແລະ ມີທ່າອ່ຽງເພີ່ມຂຶ້ນເຖິງແມ່ນວ່າເຈົ້າໜ້າທີ່ຕໍາຫຼວດຈະໃຊ້ມາດຕະການຕ່າງໆເພື່ອຫຼຸດຜ່ອນອຸບັດເຫດກໍ່ຕາມ
ສະເພາະເດືອນມັງກອນ 2021 ຜ່ານມານີ້, ມີຈຳນວນອຸບັດເຫດເຫດເກີດຂຶ້ນທັງໝົດ 713 ກໍລະນີ, ມີຜູ້ບາດເຈັບ 1076 ຄົນ ແລະ ພາຫະນະເປ່ເພ 1.286 ຄັນ.
ການເກີດອຸບັດເຫດສ່ວນຫຼາຍ ຂັບຂີ່ໄວເກີນກຳນົດ ແຊງຊ້າຍ-ຂວາບໍ່ຮັບປະກັນ ແລະ ອື່ນໆ, ຮ້າຍແຮງກວ່ານັ້ນ ຜູ້ຂັບຂີ່ຍັງດື່ມສິ່ງມຶນເມົາ ຂັບຂີ່ລົດໄວ.
ອ້າງອີງ:ຂ່າວຈາກ ວຽງຈັນທາຍ