ຫ້ອຍກະດິ່ງຫຼືກະລິ່ງ
ຕາມທຳມະຊາດນົກຈະຕົກໃຈສຽງແລະວັດຖຸສິ່ງຂອງທີ່ເໜັງຕີງໄດ້ ເມື່ອກະດິ່ງຖືກລົມພັດກໍ່ຈະເກີດສຽງດັງກຸ້ງກິ້ງເຮັດໃຫ້ນົກຕົກໃຈ ບໍ່ກ້າບິນເຂົ້າມາອາໄສຢູ່ໃນເພດານເຮືອນ ແລະ ຄວນເລືອກກະດິ່ງທີ່ມີນ້ຳໜັກເບົາ ຖ້າມີແສງວິບວັບນຳເຮັ່ງເປັນການດີ.
ຫ້ອຍແຜ່ນຊີດີ
ເປັນການນຳແຜ່ນ CD ທີ່ບໍ່ໄດ້ໃຊ້ງານແລ້ວໃຫ້ເປັນປະໂຫຍດ ພຽງແຕ່ຮ້ອຍເຊືອກກັບແຜ່ນ CD ແລ້ວນຳໄປຫ້ອຍຕາມລະບຽງຫຼືຫຼັງຄາເມື່ອແຜ່ນຊີດີຖືກແສງແດງສ່ອງກະທົບກໍ່ຈະສະທ້ອນແສງຊ່ວຍໄລ່ນົກໄດ້.
ຕິດຕາຂ່າຍ PVC ໃສ
ນຳຕາຂ່າຍຫຼືຕານ່າງປິດຊ່ອງວ່າງລະຫວ່າງເພດານກັບຫຼັງ ຈະຊ່ວຍບໍ່ໃຫ້ນົກເຂົ້າມາເຮັດຮັງຫຼືເກາະໃນເພດານໄດ້
ໃສ່ໜາມກັນນົກ
ຈະໃຊ້ເປັນແບບສຳເລັດຮູບຫຼືເຮັດເອງກໍ່ໄດ້ ແຕ່ອາດຈະຕ້ອງເຮັດຖີ່ໆແດ່ເພາະຖ້າມີໄລຍະຫ່າງກັນເກີນໄປນົກຈະສາມາດບິນເຂົ້າໄປພາຍໃນອາຄານໄດ້ຄືເກົ່າ.
ກຳຈັດຮັງນົກ
ໝັ່ນສອດສ່ອງແລະເກັບຮັງນົກອອກຈາກຫຼັງຄາບໍ່ໃຫ້ເຫຼືອເສດຫຍ້າຫຼືເສດໄມ້ທີ່ຈະນຳມາເຮັດຮັງໄດ້ອີກ
ຕັ້ງຮູບປັ້ນນົກອິນຊີ
ຕາມທຳມະຊາດສັດໃຫ່ຍຍ່ອມຢູ່ເໜືອກວ່າສັດນ້ອຍຄືກັນກັບນົກໃຫ່ຍຈະຊ່ວຍໄລ່ນົກນ້ອຍເພາະຜູ້ແຂງແຮງກວ່າຍ່ອມຢູ່ລອດແລະໄດ້ຄອບຄອງພື້ນທີ່.
ຫ້ອຍນົກປອມ
ຊອກຕຳແໜ່ງທີ່ເໝາະສົມ ເພື່ອແຂວນນົກປອມ ເພື່ອໃຫ້ນົກປອມສາມາດເໜັວຕີງໄດ້ດ້ວຍແຮງລົມພັດ ນອກຈາກນີ້ວິທີນີ້ຍັງໄຮ້ສຽງດັງລົບກວນເພື່ອນບ້ານອີກດ້ວຍ.
ລ້ຽງໝາແມວ
ການລ້ຽງໝາແມວນອກຈາກຈະຊ່ວຍເຝົ້າເຮືອນ ໄລ່ໜູ ໄລ່ງູ ແລ້ວຍັງສາມາດຊ່ວຍໄລ່ນົກໄດ້ອີກດ້ວຍເພາະຕາມສັນຊາດຕະຍານການເປັນຜູ້ລ່າທີ່ມີຢູ່ໃນຕົວນ້ອງໝານ້ອງແມວແມ່ນການແລ່ນໄລ່ຈັບນົກ.
ແຜ່ນປິດກັ້ນນົກ
ວິທີນີ້ບໍ່ພຽງແຕ່ສະເພາະກັນນົກເທົ່ານັ້ນແຕ່ຍັງຊ່ວຍປ້ອງກັນແມງມີພິດ ແລະ ໜູໄດ້ອີກດ້ວຍ.