ຢ່າຕີໂຕສະເໝີເພີ່ນ

97

ພຣະສາດສະດາ ເມື່ອປະທັບຢູ່ພຣະວິຫານຊື່ເວຣຸວັນ ໄດ້ກ່າວເຖິງເລື່ອງທີ່ພຣະເທວະທັດ ເຮັດທ່າທາງເໝືອນພຣະອງຄ໌ ເມື່ອພຣະເທວະທັດຍານເຊື່ອມແລ້ວ ກໍເຊື່ອມຈາກລາບສັກກາລະໄປນຳ ແຕ່ພຣະເທວະທັດຄິດວ່າ ຍັງມີອຸບາຍອີກຢ່າງໜຶ່ງ ຄືໄດ້ທູນຂໍວັດຖຸ 5 ປະການກັບພຣະພຸດທະເຈົ້າ ເມື່ອພຣະສາດສະດາບໍ່ອະນຸຍາດ ກໍຊວນພິກຂຸ 500 ຮູບທີ່ບວດໃໝ່ ເຊິ່ງພຣະອັດຄຣະສາວົກທັງສອງເປັນຜູ້ບວດໃຫ້ ແລະຍັງບໍ່ທັນສະຫຼາດໃນພຣະທັມວິໄນ ຈຶ່ງຖືກພຣະເທວະທັດຊັກຈູງເອົາໄດ້ ພຣະເທວະທັດພາພິກຂຸເຫຼົ່ານັ້ນໄປແຍກໝູ່ ເມື່ອພຣະສາດສະດາຮູ້ວ່າຄວາມຮູ້ຂອງພິກຂຸທີ່ພຣະເທວະທັດຊັກຈູງເອົານັ້ນແກ່ກ້າແລ້ວ ພຣະອົງຄ໌ກໍສົ່ງພຣະອັດຄຣະສາວົກທັງສອງໄປ 

ພຣະເທວະທັດເຫັນພຣະອັດຄຣະສາວົກທັງສອງກໍດີໃຈ ຄິດວ່າ ເວລາຕົນເອງສະແດງທັມຕະຫຼອດຄືນ ຊິເຮັດທ່າທາງຄືພຣະພຸດທະເຈົ້າ ເວລາພຣະພຸດທະເຈົ້າສະແດງທັມ ພຣະພຸດທະເຈົ້າຈະມັກເວົ້າໃນທຳນອງວ່າ “ສາຣີບຸຕຣ ພິກຂຸຍັງບໍ່ຫາວນອນ ທັມມິກະຖາຈົງອາໄສສາຣີບຸຕຣກະຈ່າງແຈ້ງແກ່ພິຂຸທັງຫຼາຍເຖີດ ເຮົາເມື່ອຍແລ້ວ ສະນັ້ນ ເຮົາຈຶ່ງຈະພັກຜ່ອນ” ພຣະເທວະທັດຢາກຮຽນແບບພຣະພຸດທະເຈົ້າ ກໍເລີຍເວົ້າໃນທຳນອງດຽວກັນກັບພຣະພຸດທະເຈົ້າວ່າ “ທ່ານສາຣີບຸຕຣ ພິກຂຸຍັງບໍ່ຫາວນອນ ທັມມິກະຖາຈົ່ງອາໄສທ່ານ ກະແຈ່ມແຈ້ງແກ່ພິຂຸທັງຫຼາຍເຖີດ ເຮົາເມື່ອຫຼັງຫຼາຍ ຈະຂໍຢຽດຫຼັງຈັກໜ່ອຍ” ແລ້ວເຂົ້ານອນ ພຣະອັດຄຣະສາວົກສະແດງທັມແກ່ພິກຂຸເຫຼົ່ານັ້ນໃຫ້ຕື່ນທົ່ວກັນດ້ວຍມັກຜົນທັງຫຼາຍແລ້ວ ພາກັນກັບສູ່ວິຫານເວຣຸວັນກັນຈົນໝົດ 

ພຣະໂກກາລິກະ ເຫັນວິຫານວ່າງເປົ່າ ຈຶ່ງເຂົ້າໄປຫາພຣະເທວະທັດຢູ່ບ່ອນນອນແລ້ວເວົ້າວ່າ “ທ່ານເທວະທັດ ອັດຄຣະສາວົກຂອງທ່ານພາເຫຼົ່າພິກຂຸຂອງທ່ານໄປໝົດຈົນວິຫານວ່າງ ແຕ່ທ່ານຍັງຊິມາມົວນອນຫຼັບຢູ່ອີກ” ພຣະໂກກາລິກະດຶງຜ້າຫົ່ມຂອງພຣະເທວະທັດອອກ ແລ້ວເອົາສົ້ນຕີນຖີບລົງໃສ່ບ່ອນກາງຫົວໃຈ ເໝືອນກັບຕອກເຫຼັກຕະປູໃສ່ຝາເຮືອນ ທັນໃດນັ້ນເອງ ເລືອດກໍຊັດອອກຈາກປາກພຣະເທວະທັດ ຫຼັງຈາກນັ້ນ ພຣະເທວະທັດກໍເປັນໄຂ້ 

ເມື່ອພຣະສາຣີບຸຕຣພາພິກຂຸເຫຼົ່ານັ້ນກັບມາວິຫານເວຣຸວັນແລ້ວ ພຣະສາດສະດາກໍຖາມພຣະສາຣີບຸຕຣວ່າ ສາຣີບຸຕຣ ເວລາເຈົ້າພາກັນໄປ ເທວະທັດເຮັດຫຍັງ? ພຣະສາຣີບຸຕຣຈຶ່ງຂາບທູນໄປວ່າ ຂ້າແດ່ພຣະອົງຄ໌ຜູ້ຈະເລີນ ພຣະເທວະທັດເຫັນຂ້າພຣະອົງຄ໌ທັງສອງແລ້ວ ຄິດຈະກະທຳລີລາຢ່າງພຣະອງຄ໌ ເມື່ອສະແດງທ່າທາງເໝືອນພຣະອົງຄ໌ ເລີຍເຖິງຄວາມພິນາດຢ່າງໃຫຍ່ຫຼວງ ພຣະສາດສະດາຈຶ່ງຕຣັສວ່າ ດູກ່ອນສາຣີບຸຕຣ ບໍ່ແມ່ນແຕ່ບັດນີ້ເທົ່ານັ້ນທີ່ເທວະທັດເຮັດແບບເຮົາແລ້ວເຖິງຄວາມພິນາດ ໃນຄາວກ່ອນ ກໍເຄີຍເຖິງຄວາມພິນາດມາແລ້ວເໝືອນກັນ ພຣະສາຣີບຸຕຣຂາບທູນຂໍໃຫ້ພຣະອົງຄ໌ເລົ່າໃຫ້ຟັງ ພຣະອົງຄ໌ກໍເອົາເລື່ອງອາດີດຕະການມາເລົ່າໃຫ້ຟັງດັ່ງນີ້: 

ໃນອາດີດຕະການ ເມື່ອຕອນທີ່ພຣະເຈົ້າພົມມະທັດສເຫວີຍລາດຊະສົມບັດຢູ່ນະຄອນພຣະລານນະສີ ພຣະໂພທິສັດ (ຜູ້ທີ່ຈະເປັນພຣະພຸດທະເຈົ້າໃນອະນາຄົດ) ສະເຫວີຍພຣະຊາດເປັນ ພະຍາສິງອາໄສຢູ່ໃນຖ້ຳທອງຢູ່ຫິມມະພານ ມີມື້ໜຶ່ງພະຍາສິງອອກຈາກຖ້ຳທອງ ສັ່ນຂົນ ຫຼຽວເບິ່ງສີ່ທິດແລ້ວຄຳລາມສຽງດັງກ້ອງກັນວານ ຍ່າງອອກຫາອາຫານ ຂ້າຄວຍໃຫຍ່ກິນຊີ້ນແລ້ວລົງສູ່ສະດື່ມນ້ຳມີສີເໝືອນແກ້ວມະນີເຕັມທ້ອງແລ້ວ ມຸ້ງໜ້າຍ່າງໄປສູ່ຖ້ຳ ໃນຂະນະນັ້ນໝາຈອກໂຕໜຶ່ງກຳລັງທ່ຽວຂົນຂວຍຫາເຫຍື່ອຢູ່ ກໍໄດ້ພໍ້ກັບພະຍາສິງທັນທີ ໝາຈອກໂຕນັ້ນບໍ່ອາດໜີໄດ້ທັນ ກໍເລີຍນອນໝອບລົງໃສ່ຂາໜ້າຂອງພະຍາສິງ ພະຍາສິງໂຕເລີຍທັກໄປວ່າ “ແມ່ນຫຍັງ ທ້າວໝາຈອກ?” ໝາຈອກກໍຕອບໄປວ່າ “ຂ້າແຕ່ນາຍ ຂ້າພະເຈົ້າມາເພື່ອໝາຍຈະຮັບໃຊ້ທ່ານ” ພະຍາສິງຈຶ່ງຕອບວ່າ “ດີແລ້ວ ມາເຖີດ ຈົ່ງຮັບໃຊ້ເຮົາເຖີດ ເຮົາຈະໃຫ້ເຈົ້າກິນຊີ້ນດີໆ” ແລ້ວກໍພາໝາຈອກໄປສູ່ຖ້ຳທອງ 

ຫຼັງຈາກນັ້ນເປັນຕົ້ນມາ ໝາຈອກໂຕນັ້ນ ກໍໄດ້ກິນຊີ້ນທີ່ເຫຼືອຈາກພະຍາສິງກິນ ຜ່ານມາສອງສາມວັນກໍມີຮ່າງກາຍອ້ວນພີ ຢູ່ມາວັນໜຶ່ງ ພະຍາສິງນອນຢູ່ໃນຖ້ຳ ບອກມັນວ່າ “ໄປແມ ທ້າວໝາຈອກ ເຈົ້າຈົ່ງຂຶ້ນໄປຢືນຢູ່ຍອດເຂົາ ຢາກກິນຊີ້ນຂອງສັດໂຕໃດ ໃນບັນດາ ຊ້າງ ມ້າ ຄວຍ ເປັນຕົ້ນ ທີ່ທ່ອງທ່ຽວຢູ່ຕາມເນີນເຂົາ ຈົ່ງຫຼຽວເບິ່ງສັດນັ້ນ ແລ້ວມາບອກເຮົາວ່າ ຂ້າພະເຈົ້າຢາກກິນຊີ້ນຂອງສັດໂຕນັ້ນ ແລ້ວບອກວ່າ ນາຍທ່ານຈົ່ງແຜດສຽງເຖີດ ແບບນີ້ ເຮົາກໍຈະຂ້າສັດນັ້ນ ກິນຊີ້ນແຊບໆ ແລ້ວແບ່ງໃຫ້ເຈົ້ານຳ” ໝາຈອກໂຕນັ້ນ ກໍຂຶ້ນໄປຢູ່ຍອດເຂົາ ແລ້ວຫຼຽວເບິ່ງຝູງສັດນາໆຊະນິດ ຢາກກິນຊີ້ນສັດຊະນິດໃດ ກໍແລ່ນໄປສູ່ຖ້ຳທອງແລ້ວບອກສັດນັ້ນແກ່ພະຍາສິງໂຕ ແລ້ວໝອບລົງໃສ່ຕີນພະຍາສິງໂຕ ກ່າວວ່າ “ນາຍ ເຊີນນາຍແຜດສຽງເຖີດ” ຫຼັງຈາກນັ້ນ ພະຍາສິງກໍແລ່ນໄປບັກໄວໆ ຄັນເປັນຊ້າງຕົກມັນ ກໍຂ້າໃຫ້ຕາຍຢູ່ບ່ອນນັ້ນ ຕົນເອງໄດ້ກິນຊີ້ນດີໆ ກໍແບ່ງໃຫ້ໝາຈອກນັ້ນກິນນຳ ໝາຈອກກິນຊີ້ນຈົນອີ່ມເຕັມທ້ອງແລ້ວ ເຂົ້າຖ້ຳນອນຫຼັບ

ດົນນານຜ່ານມາ ໝາຈອກໂຕນັ້ນກໍເກີດມີມານະ ຄິດໃຫຍ່ເກີນຕົວວ່າ ເຮົາເອງກໍເປັນສັດສີ່ຂາຄືກັນ ເຫດໃດຈະຕ້ອງໃຫ້ຜູ້ອື່ນເຂົາຊ່ວຍລ້ຽງຢູ່ທຸກໆວັນລະ ນັບແຕ່ນີ້ໄປ ເຮົາຈະຂ້າຊ້າງກິນຊິ້ນ ແມ້ແຕ່ລາດຊະສີທີ່ເປັນພະຍາສິງກໍຕ້ອງເວົ້າກັບເຮົາເຊັ່ນກັນວ່າ “ນາຍ ຂໍນາຍຈົ່ງແຜດສຽງເຖີດ” ເທົ່ານີ້ກໍຂ້າຊ້າງທັງຫຼາຍໄດ້ແລ້ວ ເຮົາຕ້ອງໃຫ້ລາດຊະສີເວົ້າກັບເຮົາຄືກັນວ່າ ຈິ້ງຈອກເອີ໋ຍ ເຊີນແຜດສຽງເຖີດ ແບບນີ້ກໍຈະຂ້າງຊ້າງຕົວໜຶ່ງກິນຊີ້ນໄດ້ ມັນເຂົ້າໄປຫາລາດຊະສີແລ້ວກ່າວວ່າ “ນາຍ ຂ້າພະເຈົ້າກິນຊີ້ນຊ້າງພາຍທີ່ທ່ານຂ້າຕາຍມາເປັນເວລາດົນນານແລ້ວ ຂ້າພະເຈົ້າກໍຢາກຈະຂ້າຊ້າງໂຕໜຶ່ງກິນຊີ້ນມັນຄືກັນ ດັ່ງນັ້ນ ຂ້າພະເຈົ້າຈຶ່ງຂໍນອນໃນຖ້ຳທອງບົນທີ່ທ່ານນອນ ໃຫ້ທ່ານຊ່ວຍເບິ່ງຊ້າງພາຍທີ່ທ່ອງທ່ຽວຢູ່ເນີນເຂົາແລ້ວເຂົ້າມາບອກເຮົາຢູ່ຖ້ຳ ແລ້ວບອກວ່າ ຈິ້ງຈອກເອີ໋ຍ ເຊີນແຜດສຽງເຖີດ ຂໍພຽງເທົ່ານີ້ແຫຼະ ທ່ານຢ່າຊິໄດ້ຫວງແຫນເລີຍ”

ລາດຊະສີເລີຍບອກກັບມັນວ່າ ຈິ້ງຈອກເອີ໋ຍ ເຈົ້າບໍ່ສາມາດທີ່ຈະຂ້າຊ້າງໄດ້ດອກ ຂຶ້ນຊື່ວ່າໝາຈິ້ງຈອກທີ່ຈະຂ້າຊ້າງກິນຊີ້ນໄດ້ ບໍ່ມີເລີຍໃນໂລກ ເຈົ້າຢາຊິໄດ້ຊອບໃຈແບບນັ້ນເລີຍ ຖ້າກິນຊີ້ນຊ້າງທີ່ເຮົາຂ້າເຖີດ ເຖິງແມ່ນວ່າລາດຊະສີຈະກ່າວຊີ້ແຈງກັບມັນແບບນັ້ນ ມັນກໍບໍ່ລົ້ມເລີກຄວາມຕັ້ງໃຈ ຍັງຄົງຊູຊີຢູ່ນັ້ນເອງ ລາດຊະສີເມື່ອບໍ່ອາດຫ້າມມັນໄດ້ ກໍເລີຍຮັບຄຳ ແລ້ວກ່າວກັບມັນວ່າ ຄັນຊັ້ນ ເຈົ້າຈົ່ງໄປຢູ່ບ່ອນຂອງເຮົານອນຖ້າເຖີດ ພຣະຍາສິງໃຫ້ຈິ້ງຈອກນອນໃນຖ້ຳທອງຂອງຕົນ ສ່ວນຕົນເອງຄອຍເບິ່ງຊ້າງຢູ່ທີ່ເນີນເຂົາ ເມື່ອເຫັນຊ້າງທີ່ຕ້ອງການແລ້ວ ກໍໄປທີ່ປາກຖ້ຳບອກກັບຈິ້ງຈອກວ່າ ຈິ້ງຈອກເອີ໋ຍ ເຊີນແຜດສຽງເຖີດ ໝາຈອກກໍອອກຈາກຖ້ຳທອງ ສັ່ນຂົນ ມອງສີ່ທິດ ຫອນສາມຄາບ ໝາຈອກຄິດວ່າຈະກະໂດດລົງໃສ່ບ່ອນ ຕະພອງຊ້າງ (ສ່ວນທີໂນນໆເປັນປຸ່ມສອງຂ້າງຫົວຊ້າງ) ແຕ່ເກີດຜິດພາດ ໄປຕົກໃສ່ໃກ້ແຖວຕີນຊ້າງ ຊ້າງຍົກຂາຂວາຂຶ້ນຢຽບຫົວມັນ ກະດູກຫົວມັນແຕກເປັນຈຸຍ ແລ້ວຊ້າງກໍເອົາຂາມັນເຮັດເປັນກອງແລ້ວຂີ້ລາດໃສ່ ແລ້ວຊ້າງກໍຮ້ອງໂກນທະນານເຂົ້າໄປໃນປ່າ

ພຣະໂພທິສັດ (ພະຍາສິງ) ແນນເຫັນເຫດການຄວາມເປັນໄປ ຈຶ່ງກ່າວວ່າ ຈິ້ງຈອກເອີຍ ບັດນີ້ເຊີນເຈົ້າແຜດສຽງໄປເຖີດ ແລ້ວກ່າວອີກວ່າ “ມັນສະໝອງຂອງເຈົ້າໄຫຼອອກແລ້ວ ຂະໝ່ອມຂອງເຈົ້າກໍຖືກທຳລາຍແລ້ວ ກະດູກຂ້າງຂອງເຈົ້າຫັກພັງໄປໝົດແລ້ວ ວັນນີ້ເຈົ້າຄືມາຮຸ່ງເຮືອງແທ້”